ໃນວັນທີ 18 ຕຸລາ ຜ່ານມາ, ທ່ານ ວົງປັນໂນ ສີປະເສີດ, ກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ນານໜິງ, ໄດ້ນຳພາຄະນະເຂົ້າຢ້ຽມຢາມ ມະຫາວິທະຍາໄລກວາງຊີ (GXU). ທ່ານ ຢູ ເວີນຈິນ (Yu Wenjin), ກຳມະການຄະນະປະຈຳພັກ ປະຈຳມະຫາວິທະຍາໄລກວາງຊີ ແລະ ຮອງອະທິການບໍດີ ມະຫາວິທະຍາໄລກວາງຊີ, ໄດ້ໃຫ້ການຕ້ອນຮັບຄະນະດັ່ງກ່າວ.

ທ່ານ ຢູ ເວີນຈິນ ໄດ້ສະແດງຄວາມຂອບໃຈຕໍ່ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ນານໜິງ ທີ່ໄດ້ໃຫ້ການສະໜັບສະໜູນ ມະຫາວິທະຍາໄລກວາງຊີ ມາໂດຍຕະຫຼອດ, ພ້ອມທັງໄດ້ລາຍງານໃຫ້ຄະນະຮັບຊາບກ່ຽວກັບການຝຶກອົບຮົມນັກສຶກສາລາວ ແລະ ບັນດາໂຄງການຮ່ວມມືກັບມະຫາວິທະຍາໄລ ແລະ ສະຖາບັນຕ່າງໆໃນ ສປປ ລາວ. ທ່ານລະບຸວ່າ ປັດຈຸບັນ ມີນັກສຶກສາລາວຫຼາຍກວ່າ 200 ຄົນ ກຳລັງສຶກສາຢູ່ ມະຫາວິທະຍາໄລກວາງຊີ, ເຊິ່ງກວມເອົາ 24% ຂອງຈຳນວນນັກສຶກສາຕ່າງປະເທດທັງໝົດທີ່ມາຈາກບັນດາປະເທດອາຊຽນ. ທາງມະຫາວິທະຍາໄລ ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການສຶກສາ ແລະ ການຄຸ້ມຄອງນັກສຶກສາຕ່າງປະເທດ ໂດຍໄດ້ຈັດກິດຈະກຳບັນຍາຍພິເສດສຳລັບນັກສຶກສາໃໝ່ ກ່ຽວກັບວັດທະນະທຳພາຍໃນມະຫາວິທະຍາໄລ ລວມເຖິງກົດລະບຽບຕ່າງໆ; ພ້ອມທັງປັບປຸງກົນໄກການແຈ້ງເຕືອນ ແລະ ການສະໜັບສະໜູນດ້ານການຮຽນ, ແລະ ຈັດໃຫ້ມີການສອນເສີມສະເພາະສຳລັບນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກໃນການຮຽນ ເພື່ອຊ່ວຍໃຫ້ພວກເຂົາສາມາດສຳເລັດການສຶກສາໄດ້ຢ່າງປະສົບຜົນສຳເລັດ. ທ່ານ ຢູ ເວີນຈິນ ຫວັງວ່າ ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳ ນານໜິງ ຈະສືບຕໍ່ເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ການຮ່ວມມືຕົວຈິງທີ່ເລິກເຊິ່ງຍິ່ງຂຶ້ນ ລະຫວ່າງ ມະຫາວິທະຍາໄລກວາງຊີ ກັບ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນອື່ນໆ; ສົ່ງເສີມການແລກປ່ຽນຄູ-ອາຈານ ແລະ ນັກສຶກສາ, ການຮ່ວມມືກັນພັດທະນາບຸກຄະລາກອນ ແລະ ການຄົ້ນຄວ້າວິໄຈ;ພ້ອມທັງແນະນຳນັກສຶກສາລາວທີ່ມີຄວາມສາມາດໂດດເດັ່ນໃຫ້ມາສຶກສາຕໍ່ທີ່ ມະຫາວິທະຍາໄລກວາງຊີ ເພື່ອສືບຕໍ່ເສີມສ້າງຮາກຖານການຮ່ວມມືດ້ານການສຶກສາລະຫວ່າງ ຈີນ ແລະ ລາວ ໃຫ້ໝັ້ນຄົງຍິ່ງຂຶ້ນ.
ທ່ານ ວົງປາໂນ ສີປະເສີດ ໄດ້ສະແດງຄວາມຂອບໃຈຕໍ່ ມະຫາວິທະຍາໄລກວາງຊີ (GXU) ທີ່ໄດ້ເອົາໃຈໃສ່ເບິ່ງແຍງນັກສຶກສາລາວຢ່າງໃກ້ຊິດ ແລະ ຕໍ່ເນື່ອງມາໂດຍຕະຫຼອດ, ພ້ອມທັງຕີລາຄາສູງຕໍ່ຂໍ້ສະເໜີຕ່າງໆຂອງມະຫາວິທະຍາໄລ ກ່ຽວກັບການຮ່ວມມືດ້ານການສຶກສາລະຫວ່າງ ຈີນ-ລາວ. ທ່ານກ່າວວ່າ ປະເທດລາວມີຄວາມຕ້ອງການບຸກຄະລາກອນດ້ານວິຊາຊີບ ແລະ ເຕັກນິກຈຳນວນຫຼາຍ ເພື່ອຮັບໃຊ້ວຽກງານການພັດທະນາປະເທດ, ເຊິ່ງວຽກງານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດນັ້ນ ມີຄວາມສຳຄັນຍິ່ງຕໍ່ປະເທດຊາດ. ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນານໜິງ ຈະໃຫ້ການສະໜັບສະໜູນຢ່າງເຕັມທີ່ແກ່ການຝຶກອົບຮົມນັກສຶກສາລາວ, ຈັດຕັ້ງປະຕິບັດບັນດາທິດຊີ້ນຳທີ່ສຳຄັນຂອງຜູ້ນຳຂັ້ນສູງຂອງສອງພັກ ແລະ ສອງລັດ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາບຸກຄະລາກອນ, ພ້ອມທັງຕັ້ງໜ້າຜັນຂະຫຍາຍແນວຄວາມຄິດການຮ່ວມມືຕ່າງໆ ທີ່ໄດ້ປຶກສາຫາລືກັນໃນກອງປະຊຸມຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ນອກຈາກນີ້, ທ່ານຍັງໄດ້ເຊີນຊວນທາງ GXU ສົ່ງຄະນະຜູ້ແທນໄປຢ້ຽມຢາມ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນການສຶກສາອື່ນໆ ເພື່ອຮ່ວມກັນສ້າງຜົນສຳເລັດທີ່ເປັນຮູບປະທຳຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່.
ພາຍຫຼັງການເຈລະຈາ, ທ່ານ ວົງປາໂນ ສີປະເສີດ ພ້ອມດ້ວຍຄະນະ ໄດ້ພົບປະກັບນັກສຶກສາລາວທັງໝົດທີ່ກຳລັງສຶກສາຢູ່ GXU, ໂດຍໄດ້ສອບຖາມລາຍລະອຽດກ່ຽວກັບການຮຽນ ແລະ ການດຳລົງຊີວິດຢູ່ໃນມະຫາວິທະຍາໄລ, ພ້ອມທັງຮັບຟັງຄວາມຄິດເຫັນຂອງນັກສຶກສາຢ່າງຕັ້ງໃຈ. ທ່ານໄດ້ໃຫ້ກຳລັງໃຈນັກສຶກສາ ໃຫ້ເຫັນຄຸນຄ່າຂອງໂອກາດໃນການມາສຶກສາຕໍ່ຕ່າງປະເທດ, ຕັ້ງໃຈສຶກສາຮ່ຳຮຽນໃນສາຂາວິຊາຂອງຕົນ,ເຄົາລົບກົດໝາຍ ແລະ ລະບຽບການຂອງຈີນ ລວມທັງກົດລະບຽບຂອງມະຫາວິທະຍາໄລຢ່າງເຂັ້ມງວດ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ,ພະຍາຍາມຮຽນໜັງສື ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ, ເພື່ອກ້າວໄປສູ່ການເປັນທູດນ້ອຍແຫ່ງມິດຕະພາບ ຈີນ-ລາວ.
ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຍັງມີບັນດາຜູ້ບໍລິຫານຈາກ ຫ້ອງການຮ່ວມມື ແລະ ແລກປ່ຽນສາກົນ (ສູນບໍລິການຄຸ້ມຄອງນັກສຶກສາຕ່າງປະເທດ) ຂອງ GXU ເຂົ້າຮ່ວມນຳ.